ຮູ້ຈັກ ປະຕິເສດ ລາຍງານ
ສັນຍານຂອງການຫຼອກລວງ:
- ການກົດດັນໃຫ້ຕັດສິນໃຈຢ່າງໄວ
- ການຂໍໃຫ້ເກັບໄວ້ເປັນຄວາມລັບ
- ຂໍ້ຄວາມທີ່ເຮັດໃຫ້ຮູ້ສຶກເລ່ນດ່ວນ
- ຖືກຂໍໃຫ້ໂອນເງິນໃນຮູບແບບທີ່ຜິດປົກກະຕິ
- ອີເມວຈາກຜູ້ສົ່ງທີ່ບໍ່ຮູ້ຈັກມີລິ້ງ ຫຼື ໄຟລ໌ແນບ
- ການຂໍຂໍ້ມູນທາງການເງິນຜ່ານອີເມວ ຫຼື ໂທລະສັບ
- ການຂໍຂໍ້ມູນສ່ວນຕົວຜ່ານອີເມວ ຫຼື ໂທລະສັບ
ການລາຍງານການຫຼອກລວງ
ຕໍາຫຼວດ (ບໍ່ແມ່ນກໍລະນີຉກເຉນ): 416.808.2222 ຫຼື www.tps.ca
ພັນທະມິດຂອງພວກເຮົາ:
ສູນຕ້ານການຫຼອກລວງແຫ່ງແຄນາດາ: 1-888-495-8501
www.antifraudcentre.ca
ບໍລິການຊ່ວຍເຫຼືອເຫຼືອເຫຍື່ອ: 416-808-7066
www.victimservicestoronto.com
ສໍານັກງານກ່ຽວກັບການແຂ່ງຂັນແຫ່ງແຄນາດາ: 1-800-348-5358
www.competitionbureau.gc.ca
ຮ່ວມມືກັນເພື່ອປ້ອງກັນອາຊະຍາກໍາ
ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບກົດໂກງຫຼອກລວງ ກະລຸນາສະແກນ QR Code
www.tps.ca/fraud
www.tps.ca/report
ສະແກນຂ້ອຍ

ລວມກົດໂກງການປັບປຸງບ້ານ
ກົດໂກງການປັບປຸງບ້ານກ່ຽວຂ້ອງກັບຜູ້ຮັບເຫດງານທີ່ໄປຫາຕາມບ້ານ ໂທຫາລູກຄ້າເພື່ອຂາຍການບໍລິການຕ່າງໆ ເຊັ່ນ ການສ້ອມປ່ອງໄຟ ຫຼື ທາງຂຶ້ນລົດ ແລະວຽກງານຫິນປະສານ ກົດໂກງນີ້ ຜູ້ຮັບເຫດງານຈະໃຫ້ລາຄາທີ່ຕ່ຳກວ່າລາຄາຕະຫຼາດ ແລະເມື່ອຕົກລົງກັນໄດ້ ກໍ່ຈະຮ້ອງຂໍເງິນຈໍານວນຫຼາຍ
ວິທີປ້ອງກັນຕົນເອງ:
- ພິຈາລະນາພຽງແຕ່ຜູ້ຮັບເຫດງານທີ່ມີໃບອະນຸຍາດແລະມີປະກັນໄ
- ຂໍຄໍາແນະນໍາຈາກຜູ້ຮັບເຫດງານທີ່ມີຄົນຮູ້ຈັກແລະໄວ້ໃຈ
- ກວດສອບກັບສະມາຄົມຜູ້ສ້າງບ້ານ ແລະພະນັກງານຄຸ້ມຄອງຜູບໍລິໂພກໃນພື້ນທີ່ ເພື່ອເບິ່ງວ່າມີຂໍ້ຮ້ອງທຸກໃດໆກ່ຽວກັບພວກເຂົາຫຼືບໍ່
ກົດໂກງປູ່ຍ່າຕາຍາຍ
ກົດໂກງ “ປູ່ຍ່າຕາຍາຍ” ແມ່ນການຫຼອກລວງທີ່ມິຈະຊີບໂທຫາຜູ້ສູງອາຍຸ ໂດຍອ້າງຕົວເປັນຫຼານ ຫຼືສະມາຊິກໃນຄອບຄົວທີ່ກໍ່ເກີດສະຖານການກເນ ເຊັ່ນ:
- ຖືກຈັບ ແລະຕ້ອງການເງິນປະກັນຕົວ
- ປະສົບອຸບັດຕິເຫດທາງລົດຢນ
- ມີບັນຫາໃນການເດີນທາງກັບຈາກຕ່າງປະເທດ
ຜູ້ຫຼອກລວງມັກປາກສົມເປັນຕໍາຫຼວດ ທນາຍ ຫຼືສະມາຊິກໃນຄອບຄົວ ແລ້ວໃຊ້ຄວາມຮີບຮ້ອນ ແລະການຂົມຂູ່ເພື່ອບີບບັງຄັບໃຫ້ໂອນເງິນ ໂດຍອາດອ້າງວ່າມີ “ຄໍາສັ່ງປິດປາກ” ໃນຄະດີທີ່ຫ້າມແຈ້ງໃຫ້ຄອບຄົວຮູ້
ວິທີປ້ອງກັນຕົນເອງ:
ຖ້າມີຄົນໂທມາອ້າງເປັນຍາດ ແລະຂໍຄວາມຊ່ວຍເຫຼືອທາງການເງິນ ໃຫ້ກວດສອບຕົວຕົນກ່ອນ
- ຖາມຄໍາຖາມທີ່ເຈາະຈົງ ທີ່ພຽງແຕ່ຄົນໃນຄອບຄົວເທົ່ານັ້ນທີ່ຮູ້ຄໍາຕອບ
- ຢ່າສົ່ງເງິນ ຍົກເວັ້ນວ່າທ່ານໝັ້ນໃຈໃນຕົວຕົນຂອງຜູ້ຂໍ
- ຈໍາໄວ້ວ່າ ພະນັກງານ ຫຼື ນັກກົດໝາຍຈະ ບໍ່ ຂໍໃຫ້ທ່ານຈ່າຍເງິນສົດ ຫຼື ສົ່ງຄົນໄປຮັບເງິນທີ່ບ້ານ
ກົດໂກງຄວາມຮັກ
ກົດໂກງຄວາມຮັກເກີດຂຶ້ນເມື່ອມິຈະຊີບສ້າງຄວາມສຳພັນໂຣແມນຕິກສົມມຸດ ເພື່ອໃຫ້ເຫຍື່ອໄວ້ໃຈ ແລ້ວຫຼອກຂໍເງິນ ຫຼືຂໍ້ມູນສໍາຄັນ ຊຶ່ງອາດເລີ່ມຈາກ:
- ອີເມວ
- ໂຊເຊີຍມີເດຍ ຫຼືເວັບໄຊທ໌ຫາຄູ່ປອມ
ສິ່ງທີ່ພວກເຂົາມັກຂໍ:
- ເງິນສໍາລັບເຫດສຸກເສີນ ເຊັ່ນ ຄ່າຮັກສາ ຫຼືຄ່າເດີນທາງ
- ຂໍໃຫ້ໂອນເງິນແທນ (ອາດທໍາໃຫ້ທ່ານກາຍເປັນຜູ້ຮ່ວມກໍ່ອາຊະຍາກໍາ)
- ຊັກຊວນໃຫ້ລົງທຶນໃນທຸລະກິດ ຫຼືຄຣິບໂຕເຄີເຣນຊີ
ວິທີປ້ອງກັນຕົນເອງ:
- ຢ່າສົ່ງເງິນ ຫຼືເປີດເຜີຍຂໍ້ມູນທາງການເງິນໃຫ້ຄົນທີ່ທ່ານບໍ່ເຄີຍພົບຕົວຈິງ
- ຢ່າໃຫ້ຂໍ້ມູນບັດເຄຣດິດ ບັນຊີອອນໄລນ໌ ຫຼືເອກະສານສໍາຄັນໃຫ້ຄົນທີ່ທ່ານບໍ່ໄວ້ໃຈ
ການຂໂລມຂໍ້ມູນສ່ວນຕົວ
ເກີດຂຶ້ນເມື່ອມິຈະຊີບຂໂລມຂໍ້ມູນສໍາຄັນຂອງທ່ານ ເຊັ່ນ:
- ບັດປະຈໍາຕົວ
- ເລກປະກັນສັງຄົມ
- ຂໍ້ມູນບັດເຄຣດິດ ຫຼື ບັນຊີທະນາຄານ ແລ້ວນໍາໄປໃຊ້ກໍ່ອາຊະຍາກໍາອື່ນໆ
ຮັກສາລະຫັດ PIN ຂອງທ່ານໃຫ້ປອດໄພສະເໝີ. ກວດສອບລາຍງານເຄຣດິດ ໃບແຈ້ງຢອດບັນຊີທະນາຄານ ແລະບັດເຄຣດິດຢ່າງສະຫມໍ້ເສມ ກັບ Equifax 1-877-465-7166 ຫຼື TransUnion 1-877-525-3823.
ກົດໂກງຄຣິບໂຕເຄີເຣນຊີ
ມິຈະຊີບອາດຈະອ້າງວ່າເປັນທຸລະກິດລົງທຶນໃນຄຣິບໂຕ ແລ້ວສັນຍາວ່າຈະໄດ້ຜົນຕອບແທນສູງໃນໄລຍະເວລາສັ້ນ
ວິທີປ້ອງກັນຕົນເອງ:
- ຊື້ຄຣິບໂຕເຄີເຣນຊີຈາກຕະຫຼາດແລກປ່ຽນທີ່ນ່າເຊື່ອຖືເທົ່ານັ້ນ
- ຖ້າໃຊ້ Hardware Wallet ຄວນຊື້ໂດຍກົງຈາກຜູ້ຜະລິດ
ກົດໂກງການເຊົ່າ
ກົດໂກງນີ້ມຸ່ງເປົ້າໄປທີ່ຄົນທີ່ກໍາລັງຊອກຫາທີ່ຢູ່ ໂດຍມິຈະຊີບຈະໂພສໂຄສະນາປອມສໍາລັບການເຊົ່າເຮືອນ ຫຼືອະພາດເມັນ ໂດຍ:
- ເອີ້ນເງິນມັດຈຳ ຫຼືຄ່າທໍານຽມກ່ອນ
- ບໍ່ຍອມໃຫ້ເຂົ້າເບິ່ງຫ້ອງຈິງ
- ປະຕິເສດທີ່ຈະພົບຕົວຈິງ
ສັນຍານເຕືອນ:
- ບໍ່ຍອມພົບທ່ານດ້ວຍຕົວເອງ
- ກົດດັນໃຫ້ຍ້າຍເຂົ້າຢູ່ທັນທີ
- ເອີ້ນເງິນກ່ອນເຊັນສັນຍາເຊົ່າ
ວິທີປ້ອງກັນຕົນເອງ:
- ກວດສອບໂຄສະນາໃຫ້ລະອຽດ
- ພົບກັບເຈົ້າຂອງບ້ານດ້ວຍຕົວເອງ
- ຂໍເຂົ້າເບິ່ງຫ້ອງຈິງກ່ອນທໍາທຸລະກຳໃດໆ